ໃນວັນທີ 01 ມີຖຸນາ 2026 ກົມຄົ້ນຄວ້າວິທະຍາສາດ ເເລະ ປະຫວັດສາດ ປກສ ໄດ້ເຂົ້າຮ່ວມຂະບວນການປູກຕົ້ນໄມ້ ຂອງກະຊວງປ້ອງກັນຄວາມສະຫງົບ ຈັດຂຶ້ນຢູ່ວິທະຍາໄລພະລາທິການ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ (ດ່ານຊີ), ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ ຄົບຮອບ 102 ປີ ເເລະ ວັນປູກຕົ້ນໄມ້ ເເຫ່ງຊາດ ຄົບຮອບ 46 ປີ ໂດຍການນໍາພາ ຂອງສະຫາຍ ພັອ ທັດສະພອນ ວົງພະຈັນ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າກົມຄົ້ນຄວ້າວິທະຍາສາດ ເເລະ ປະຫວັດສາດ ປກສ ພ້ອມຄະນະພັກ-ຄະນະນຳກົມ, ຫ້ອງການ, ບັນດາພະແນກ ແລະ ຫໍພິພິທະພັນ ປກສ ເຂົ້າຮ່ວມ.
ການຈັດກິດຈະກໍາປູກຕົ້ນໄມ້ໃນຄັ້ງນີ້ ກໍ່ເພື່ອຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ ຂອງພັກ, ລັດຖະບານ ກໍ່ຄືແຜນຍຸດທະສາດແຫ່ງຊາດ ໃນການເພີ່ມທະວີເນື້ອທີ່ປົກຄຸມ ຂອງປ່າໄມ້ ໃນຂອບເຂດທົ່ວປະເທດ ໃຫ້ໄດ້ 70%, ແນໃສ່ເປັນການອະນຸລັກ, ປົກປັກຮັກສາຊັບ ພະຍາກອນປ່າໄມ້ ໃຫ້ມີຄວາມຢືນຍົງ, ອຸດົມສົມບູນ, ທັງເປັນການຟື້ນຟູ, ຮັກສາສິ່ງແວດລ້ອມທໍາມະຊາດ ໃຫ້ມີຄວາມຊຸ່ມຊື່ນ, ສວຍສົດງົດງາມ ຊ່ວຍຕ້ານ ແລະ ຫຼຸດຜ່ອນຜົນກະທົບ ຈາກໄພພິບັດທໍາມະຊາດ, ລົດພາລະໂລກຮ້ອນ. ພ້ອມກັນນັ້ນ; ກໍ່ຍັງເປັນການປຸກລະດົມໃຫ້ບັນດາກົມກອງອ້ອມຂ້າງກະຊວງ ແລະ ພະນັກງານຄູອາຈານ, ນັກສຶກສາ ນາຍ ແລະ ພົນຕໍາຫຼວດ ຢູ່ວິທະຍາໄລພະລາທິການ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ເຂົ້າຮ່ວມຂະບວນການ ແລະ ກິດຈະກຳນີ້ ຢ່າງເປັນຂະບວນຟົດຟື້ນ.