Logo

ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ

Public Security Science and History Department

ພາກທີ 2: ວຽກງານສຶກສາອົບຮົມການເມືອງນຳພາແນວຄິດ ຕິດພັນກັບການກໍ່ສ້າງກຳລັງ ປກສ ໄປສູ່ແບບແຜນທັນສະໄໝເທື່ອລະກ້າວ.

ໂດຍປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ ຄະນະພັກຄະນະນຳກະຊວງປ້ອງກັນຄວາມ ສະຫງົບ ເວລາໃດກໍ່ຖືວ່າວຽກງານແນວຄິດເປັນວຽກງານຍຸດທະສາດ, ສຳຄັນ, ຕົ້ນຕໍສອດຫ້ອຍຢູ່ກັບ ທຸກວຽກງານ, ທຸກຂະແໜງການ ແລະທຸກໄລຍະເວລາຢູ່ໃນກະຊວງປ້ອງກັນຄວາມສະຫງົບ, ໂດຍໄດ້ ຈັດຕັ້ງເຊື່ອມຊຶມ ແລະກຳແໜ້ນມະຕິຕ່າງໆຂອງພັກ, ລະບຽບກົດໝາຍຂອງລັດດ ຂອງກຳລັງ ປກສ; ສຶກສາອົບຮົມ ແລະສ້າງພະນັກງານໃຫ້ມີຄຸນທາດການເມືອງໜັກແໜ້ນດ ມີທັດສະນະຄຸນສົມບັດສິນ ທຳປະຕິວັດ, ມີແບບແຜນວິທີນຳພາ-ວິທີເຮັດວຽກທີ່ດີ, ມີລະບົບການຈັດຕັ້ງທີ່ໜັກແໜ້ນເຂັ້ມແຂງ ແລະຈັດຕັ້ງປະຕິບັດແນວທາງຂອງພັກໃນແຕ່ລະໄລຍະໃຫ້ປະກົດຜົນ ເປັນຈິງ.

ຊຶ່ງສະແດງອອກໃນຮູບ ພາບຕ່າງໆຄື: ຮູບພາບການຈັດຕັ້ງເຊື່ອມຊຶມມະຕິຕ່າງໆຂອງພັກ, ກອງປະຊຸມອົງຄະນະພັກ, ກອງປະຊຸມປະຈຳປີ, ວຽກງານກໍ່ສ້າງກຳລັງ, ໂຮງຮຽນຕ່າງໆ,ສື່ມວນຊົນ, ວຽກງານອົງການຈັດຕັ້ງມະຫາ ຊົນ, ກິລາ, ສິນລະປະ ແລະອື່ນໆ; ມີຮູບພາບ 135 ຮູບ ແລະວັດຖຸພັນ 110 ຊະນິດ.

⚠️ ບໍ່ພົບໄຟລ໌ຮູບພາບໃນ: images/museum_01.jpg

ຮູບພາບ: ຫໍພິພິທະພັນ ປກສ

...

⬅ ກັບຄືນໜ້າຫຼັກ