Logo

ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ

Public Security Science and History Department

ພາກທີ 1: ການກຳເນີດເກີດຂຶ້ນຂອງກະຊວງການພາຍໃນໄດ້ກາຍເປັນຂີດໝາຍທາງປະຫວັດສາດ ແຫ່ງການກຳເນີດຂອງກຳລັງ ປກສ.

ເວົ້າເຖິງປະຫວັດຫຍໍ້ການກຳເນີດເກີດຂຶ້ນ ແລະຄວາມເປັນມາຂອງກະຊວງປ້ອງກັນຄວາມສະ ຫງົບ: ໃນວັນທີ 13-15 ສິງຫາ 1950 ກອງປະຊຸມ ໃຫຍ່ຜູ້ແທນລາວຕໍ່ຕ້ານໄດ້ໄຂຂຶ້ນຢ່າງເປັນທາງ ການ ມີຜູ້ແທນເຂົ້າຮ່ວມ 150 ຄົນ, ກອງປະຊຸມໄດ້ ຕົກລົງສ້າງຕັ້ງລັດຖະບານລາວອິດສະຫຼະຂຶ້ນ ໂດຍແມ່ນທ່ານ ສຸພານຸວົງ ເປັນລັດຖະມະຫາເສນາ ແລະວ່າການລັດຖະເສນາກະຊວງການຕ່າງປະ ເທດ, ທ່ານ ໄກສອນ ພົມວິຫານ ຮອງລັດຖະມະຫາເສນາ, ເປັນລັດຖະເສນາ ກະຊວງປ້ອງກັນຊາດ, ທ່ານ ພູມີ ວົງວິຈິດ ຮອງລັດຖະມະຫາເສນາ, ເປັນລັດ ຖະເສນາກະຊວງພາຍໃນ, ທ່ານ ໜູຮັກ ພູມສະຫວັນ ຮອງລັດຖະມະຫາເສນາ, ເປັນລັດຖະເສນາ ກະຊວງເສດຖະກິດ, ທ່ານ ເຈົ້າສຸກ ວົງສັກ ເປັນລັດຖະເສນາ ກະຊວງສຶກສາທິການ, ທ່ານ ສີທົນ ກົມມະດຳ ແລະ ທ່ານ ໄຟດ່າງ ລໍເບຼ້ຍຢາວ ເປັນລັດຖະເສນາ.

ວັນທີ 05 ເມສາ 1961 ກຳລັງປ້ອງກັນຄວາມສະຫງົບ ກໍ່ໄດ້ຮັບການສ້າງຕັ້ງຂຶ້ນໂດຍແມ່ນທ່ານ ຊົມຊື່ນ ຄຳພິທູນ ເປັນຫົວໜ້າ, ທ່ານ ບຸນມາ ມີທອງ ເປັນຮອງ, ປີ 1964 ທ່ານ ຄຳຜົນ ບຸດດາຄຳ ໄດ້ຖືກແຕ່ງຕັ້ງເປັນຄະນະຮັບຜິດຊອບກຳລັງປ້ອງກັນຄວາມສະຫງົບ.

ເພື່ອກະກຽມກໍ່ສ້າງກຳລັງ ປກສ ໃຫ້ເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ ປີ 1961 ປະທານ ໄກສອນ ພົມວິຫານ, ທ່ານ ພູມີ ວົງວິຈິດ ແລະທ່ານ ຊົມຊື່ນ ຄຳພິທູນ ໄດ້ປຶກສາຫາ ລືກັນເພື່ອຄັດເລືອກເອົາພະນັກງານໄປຮຽນວຽກງານໃກ້ຊິດ ຊຸດທຳອິດຈຳນວນ 11 ຄົນ ທີ່ໂຮງຮຽນ C 500 ປະເທດຫວຽດນາມ, ຕໍ່ມາປີ 1962 ກໍ່ໄດ້ເປີດໂຮງຮຽນ ຊຸດທີ II ພາຍຫຼັງກໍ່ສ້າງສຳເລັດກໍ່ໄດ້ ສົ່ງໄປປະຈຳຢູ່ກັບຜູ້ນຳແຕ່ລະທ່ານ ແລະ ຢູ່ຕາມສຳນັກງານອົງການຕ່າງໆ.

ໃນໄລຍະຕໍ່ມາປີ 1976 ໂດຍໄດ້ຮັບການຊ່ວຍເລືອຈາກ ກະຊວງຕຳຫຼວດ ແຫ່ງ ສສ ຫວຽດນາມ ໂຮງຮຽນ 12/75 ກໍ່ໄດ້ໄຂຂຶ້ນ ຊຶ່ງໄດ້ກໍ່ສ້າງພະນັກງານກຳລັງ ປກສ ລາວ ຫຼາຍຂະແໜງການເຊັ່ນ: ບຳລຸງພະນັກງານແປພາສາ ລາວ-ຫວຽດນາມ, ວິຊາຄູ, ພະນັກງານການນຳ, ວັດທະນະທຳ, ກໍ່ສ້າງວິ ຊາສະເພາະຕຳຫຼວດ-ປກສ ແລະວິຊາສະເພາະກົດລັບ-ສື່ສານ.

ນອກຈາກນັ້ນ ຍັງມີຮູບພາບກ່ຽວກັບການເຂົ້າຮ່ວມ ແລະ ປ້ອງກັນລັດຖະບານປະສົມ ສາມຄັ້ງ ແລະວັດຖຸພັນຕ່າງໆທີ່ກ່ຽວພັນເຖິງປະຫວັດການກຳເນີກຂອງກຳລັງ ປກສ ຊຶ່ງມີທັງໝົດ 56 ຮູບ ແລະວັດຖຸພັນ 42 ຊະນິດ.

⚠️ ບໍ່ພົບໄຟລ໌ຮູບພາບໃນ: images/museum_01.jpg

ຮູບພາບ: ຫໍພິພິທະພັນ ປກສ

...

⬅ ກັບຄືນໜ້າຫຼັກ