ປະຫວັດຄວາມເປັນມາ ຫໍພິພິທະພັນ ປກສ
ປີ 1977 ຫໍມູນເຊື້ອກຳລັງ ປກສ ເປັນຫ້ອງວາງສະແດງນ້ອຍຫ້ອງໜຶ່ງຢູ່ໃນຫໍວາງສະແດງມູນເຊື້ອກອງທັບປະຊາຊົນລາວ, ເບື້ອງຕົ້ນມີຮູບພາບ ແລະ ວັດຖຸພັນພຽງແຕ່ 30 ກ່ວາຊະນິດ. ມາຮອດວັນທີ 11/07/2005 ໄດ້ແຍກອອກຈາກຫໍວາງສະແດງມູນ
ເຊື້ອກອງທັບປະຊາຊົນລາວຢ່າງເປັນທາງການ ໃນໄລຍະນີ້ ສາມາດຊອກຄົ້ນ,
ເກັບກຳ, ທ້ອນໂຮມວັດຖຸພັນໄດ້ທັງໝົດ 168 ຊະນິດ ມີຮູບພາບ 53 ແຜ່ນ, ວັດຖຸ ແລະ ເຄື່ອງສິນເສິກຕ່າງໆ 155 ຊະນິດ; ຊຶ່ງໄດ້ຈັດວາງສະແດງຢູ່ພາຍໃນສະໂມສອນໂພນພະເນົາ ສ່ວນຫຼາຍແມ່ນວາງສະແດງຮັບໃຊ້ກອງປະຊຸມຕ່າງໆ ບໍ່ໄດ້ເປີດໃຫ້ມວນຊົນທົ່ວໄປເຂົ້າຊົມ.
ໂດຍປະຕິບັດຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ສະບັບເລກທີ 277/ນຍ ລົງວັນທີ 01/09/2005 ວ່າດ້ວຍການຮັບຮອງເອົາ ວັນທີ 05/04/1961 ເປັນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ, ທ່ານລັດຖະມົນຕີວ່າການ ກະຊວງ ປກສ
ຈຶ່ງໄດ້ອະນຸມັດໃຫ້ກໍ່ສ້າງສ້ອມແປງຫໍວາງສະແດງມູນເຊື້ອຫຼັງໃໝ່ ຂຶ້ນຢູ່ພາຍໃນບໍລິເວນຕຶກກະຊວງປ້ອງກັນ ຄວາມສະຫງົບ ແລະໃສ່ຊື່ວ່າ “ ຫໍວາງສະແດງມູນເຊື້ອກຳລັງ ປກສ ” ໄດ້ໄຂງານວາງສະແດງຢ່າງເປັນທາງການ
ໃນວັນທີ 04/04/2006 ຫໍວາງສະແດງດັ່ງ ກ່າວມີເນື້ອທີ່ປະມານ 2.600 ຕາແມັດ ປະກອບມີ 5 ພາກ, ວາງສະແດງພາຍໃນ 4 ພາກ ແລະ ວາງສະແດງກາງແຈ້ງ 1 ພາກ ມີວັດຖຸພັນທັງໝົດ 750 ຊະນິດ ມີຮູບພາບ 365 ແຜ່ນ, ວັດຖຸ ແລະ ເຄື່ອງສິນເສິກ 385 ຊະນິດ.
ມາຮອດປີ 2010 ການຊອກຄົ້ນເກັບກຳບັນດາຮູບພາບ, ວັດຖຸພັນ ແລະ ຂໍ້ມູນຕ່າງໆເຫັນວ່າຫຼວງຫຼາຍ ແລະ ຄົບຖ້ວນ ພໍສົມຄວນ, ແຕ່ຫໍວາງສະແດງພວກເຮົາພັດນ້ອຍບໍ່ໄດ້ລະດັບ, ເນື້ອທີ່ວາງສະແດງຄັບແຄບ, ສະຖານທີ່ຈອດລົດຂອງແຂກເຂົ້າຊົມກໍ່ບໍ່ມີ ສະນັ້ນ,
ຈຶ່ງມີຄວາມຈຳເປັນຕ້ອງໄດ້ກໍ່ສ້າງຕຶກຫຼັງໃໝ່ຂຶ້ນ, ຍ້ອນພັກ≠ລັດຖະບານ ກໍ່ຄືລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ ເຫັນໄດ້ຄວາມສຳຄັນ, ຈຳເປັນ ແລະ ເປັນຫ່ວງເປັນໃຍຕໍ່ກັບວຽກງານພິພິທະພັນ; ຂັ້ນເທິງຈຶ່ງໄດ້ຕົກລົງອະນຸມັດສ້າງຫໍພິພິທະພັນຫຼັງໃໝ່ຂຶ້ນ
ໂດຍໄດ້ເລີ່ມລົງມືກໍ່ສ້າງ ໃນວັນທີ 22/06/2010, ສຳເລັດ ແລະ ມອບ≠ຮັບ ວັນທີ 24/03/2011 (ໃສ່ຊື່ວ່າ “ຫໍພິພິທະພັນປ້ອງກັນຄວາມສະຫງົບປະຊາຊົນ” ຕາມຂໍ້ຕົກລົງເລກທີ 08/ຖວ, ລົງວັນທີ 06/01/2011 ຂອງລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ
ແລະ ວັດທະນະທຳ) ໄຂງານວາງສະແດງຢ່າງເປັນທາງການ ໃນວັນທີ 03/04/2011.
ຫໍພິພິທະພັນຫຼັງນີ້ມີເນື້ອທີ່ທັງໝົດ ປະມານ 10.000 ຕາແມັດ, ມີ 4 ຊັ້ນ, ຊັ້ນລຸ່ມສຸດ ແມ່ນຫ້ອງການຂອງພະນັກງານ, ຊັ້ນ 2 ເຖິງຊັ້ນ 4 ແມ່ນຈັດວາງສະແດງ ມີວັດຖຸພັນທັງໝົດ 1.500 ກວ່າຊະນິດ ມີຮູບພາບ 541 ແຜ່ນ, ວັດຖຸ ແລະ ເຄື່ອງສິນເສິກຕ່າງໆ 1.000 ກວ່າຊະນິດ.
ດ້ານໜ້າຫໍພິພິທະພັນ ປກສ
ຫ້ອງວາງສະແດງຊັ້ນ 2
ວັດຖຸພັນປະຫວັດສາດ