<
Logo

ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ

Public Security Science and History Department

ກ່ຽວກັບເຮົາ

                      ປະຫວັດການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງກຳລັງຄົ້ນຄວ້າວິທະຍາສາດ ແລະ ປະຫັວດສາດ ປ້ອງກັນຄວາມສະຫງົບ

      ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດປ້ອງກັນຄວາມສະຫງົບ ແມ່ນກົມວິຊາສະເພາະໜຶ່ງໃນໂຄງປະກອບກົງຈັກການຈັດຕັ້ງຂອງກະຊວງປ້ອງກັນຄວາມສະຫງົບ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 09 ສິງຫາ 2002 ຕາມຂໍ້ຕົກລົງຮັບຮອງ ຂອງລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ  015/ປກສ, ລົງວັນທີ 04 ມັງກອນ 2012.
      ມີພາລະບົດບາດເປັນເສນາທິການ ໃຫ້ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ ໃນການຄົ້ນຄວ້າ ວາງແຜນ, ກຳນົດໂຄງການ, ກວດຜ່ານ, ປັບປຸງ, ຮັບຮອງ, ຄຸ້ມຄອງກ່ຽວກັບວຽກງານວິທະຍາສາດ, ປະຫວັດ ສາດ, ຍຸດທະສາດ, ກົດໝາຍ ແລະ ນິຕິກຳ, ເຜີຍແຜ່, ຊຸກຍູ້, ກວດກາປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ແລະ ບັນດານິຕິກຳຕ່າງໆໃນກຳລັງປ້ອງກັນຄວາມສະຫງົບ.
      ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າ​ທີ່​ວຽກງານໃນໄລຍະໃໝ່,  ​ເຊິ່ງ​ເປັນ​ໄລຍະ​ແຫ່ງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ທີ່​ທັນ​ສະ​ໄໝ ຂະຫຍາຍຕົວ​ຢ່າງ​ໄວວາ​ນັ້ນ ຍິ່ງ​ມີ​ຄວາມ​ຈຳ​ເປັນ​ເພື່ອ​ນຳໃຊ້​ຄວາມກ້າວໜ້າ​ທາງ​ດ້ານ​ວິທະຍາສາດ-​ເຕັກນິກ-​ເຕັກ​ໂນ​ໂລ​ຊີ ​ເຂົ້າ​ໃນ​ວຽກ​ງານ​ກໍ່ສ້າງ ​ແລະ ປັບປຸງ​ກຳລັງ ກໍ່​ຄື​ວຽກ​ງານ​ປ້ອງ​ກັນ​ຄວາມ​ສະຫງົບ ​ໃຫ້​ມີ​ປະສິດທິ​ຜົນ.
      ມາ​ຮອດ ​ປີ 1994 ກະຊວງ​ພາຍ​ໃນ​ໄດ້​ສ້າງ​ຕັ້ງ​ສູນ​ຄົ້ນຄວ້າ​ວິທະຍາສາດ ປກສ ຂຶ້ນ​ກັບ​ກົມ​ໃຫຍ່​ກໍ່ສ້າງ​ກຳລັງ ມີ​ພາລະ​ບົດບາດ​ໜ້າ​ທີ່ ​ໃນ​ການ​ຄົ້ນຄວ້າ​ປະຫວັດສາດມູນ​ເຊື້ອ ​ແລະ ຄົ້ນຄວ້າ​ວິທະຍາສາດ​ວິຊາ​ສະ​ເພາະ ຂອງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ປະຊາຊົນ; ມາ​ເຖິງປີ 1997 ສູນ​ຄົ້ນຄວ້າ​ວິທະຍາສາດ ປກສ ​ໄດ້​ຍົກຍ້າຍ​ໄປ​ຂຶ້ນ​ກັບ​ຫ້ອງ​ວ່າການ​ກະຊວງ ສ່ວນ​ວຽກ​ງານ​ຄົ້ນຄວ້າ​ປະຫວັດສາດ​ມູນ​ເຊື້ອ ຂອງ​ກຳລັງ​ໄດ້​ແຍກ​ອອກ​ຈາກ​ສູນ​ໄປ​ຂຶ້ນ​ກັບ​ກົມ​ໂຄສະນາ​ອົບຮົມ​ກົມ​ໃຫຍ່​ກໍ່ສ້າງ​ກຳລັງ;
      ມາ​ຮອດ ​ປີ 1997 ກະຊວງ​ພາຍ​ໃນ​ຕົກລົງ​ຍົກຍ້າຍ​ສູນ​ຄົ້ນຄວ້າ​ວິທະຍາສາດ ປກສ ຈາກ​ກົມ​ໃຫຍ່​ກໍ່ສ້າງ​ກຳລັງ ມາ​ຂຶ້ນ​ກັບ​ຫ້ອງການ​ກະຊວງ ມີ​ພາລະ​ບົດບາດ​ເປັນ​ເສນາ​ທິການ​ໃຫ້​ແກ່​ຫ້ອງການ​ກະຊວງ​ພາຍ​ໃນ ​ໃນ​ການ​ຄົ້ນຄວ້າ​ ​ແລະ ຮຽບຮຽງບັນດາ​ເອກະສານ​ຕ່າງໆ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ລັດຖະມົນຕີ; ປະສານ​ສົມທົບ​ກັບ​ບັນດາ​ໂຮງຮຽນ ຂອງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ​ເພື່ອ​ພັດທະນາ ​ແລະ ກໍ່ສ້າງ​ຫຼັກສູດ​ການ​ຮຽນ​-ການ​ສອນ ​ໃຫ້​ເໝາະ​ສົມ​ກັບ​ສະພາບ​ຄວາມ​ເປັນ​ຈິງ ຂອງ​ກຳລັງ ​ແລະ ​ເຂົ້ນຮ່ວມ​ເປັນ​ຄະນະ​ກຳມະການ​ສອບ​ເສັງ​ຈົບ​ຊັ້ນ​ຂອງ​ນັກ​ບັນດາ​ໂຮງຮຽນ​ດັ່ງກ່າວ.
      ມາ​ເຖິງ​ປີ 2002 ພາຍຫຼັງ​ກະຊວງ​ໄດ້​ດຳ​ເນີນ​ການ​ປັບປຸງ​ກົງຈັກ​ການຈັດ​ຕັ້ງ​ຂອງ​ຕົນ, ​ໃນ​ນັ້ນ ສູນຄົ້ນຄວ້າວິທະຍາສາດປ້ອງກັນຄວາມສະຫງົບ​ໄດ້​ຍົກ​ລະດັບ​ຂອງ​ສູນ​ເປັນ​ຫົວໜ່ວຍ​ເອກະ​ລາດ​ຂຶ້ນ​ກັບ​ກະຊວງ​ໂດຍ​ກົງ ​ໃນ​ວັນ​ທີ 09 ສິງຫາ 2002 ພາລະ​ບົດບາດ​ໜ້າ​ທີ່​ຕົ້ນຕໍ ຂອງ​ສູນ​ຄົ້ນຄວ້າ​ວິທະຍາສາດປ້ອງ​ກັນ​ຄວາມ​ສະຫງົບ ​ເປັນ​ເສນາ​ທິການ​ໃຫ້​ຄະນະ-ຄະນະ​ບັນຊາ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ໃນ​ການ​ຄົ້ນຄວ້າ​ວຽກ​ງານ​ຍຸດ​ທະ​ສາດ-ວິທະຍາສາດ ປກສ, ຄົ້ນຄວ້າ​ວິ​ໄຈ, ກວດ​ຜ່ານ​ນິຕິ​ກຳ​ທີ່​ກ່ຽວ​ພັນ​ເຖິງ​ຂົງ​ເຂດ​ວຽກ​ງານ​ປ້ອງ​ກັນ​ຄວາມ​ສະຫງົບ ​ເປັນ​ຕົ້ນ​ຂຶ້ນ​ແຜນ​ໂຄງການ​ຄົ້ນຄວ້າຍຸດທະ​ສາດ​ການ​ຕໍ່ສູ້, ປ້ອງ​ກັນ, ສະກັດ​ກັ້ນ​ອາດຊະຍາ​ກຳ​ຢູ່ ສປປ ລາວ, ຈັດ​ຕັ້ງ​ຂຶ້ນ​ແຜນ​ຄົ້ນ ຄວ້າ​ວິທະຍາສາດ ​ແລະ ດຳ​ເນີນ​ການ​ເຄື່ອນ​ໄຫວ​ສະພາ​ວິທະຍາສາດ ​ໃນ​ກຳລັງ​ປ້ອງກັນ​ຄວາມ​ສະຫງົບ, ກວດ​ຜ່ານ,ຮຽບຮຽງ​ບັນດາ​ນິຕິ​ກຳ​, ​ໂຄສະນາ​ເຜີຍ​ແຜ່, ຕິດຕາມ, ກວດກາ​ການຈັດ​ຕັ້ງ​ປະຕິບັດ​ກົດໝາຍ ​ໃນ​ກຳລັງປ້ອງ​ກັນ​ຄວາມ​ສະຫງົບປະຊາຊົນ; ​ໃນ​ໄລຍະ​ດຽວ​ກັນ​ນີ້​ໄດ້​ມີ​ການ​ມອບ​ຮັບ​ວຽກ​ງານ​ມູນ​ເຊື້ອ​ທີ່​ຂຶ້ນ​ກັບ​ກົມ​ໂຄສະນາ​ອົບຮົມ ກົມ​ໃຫຍ່​ການ​ເມືອງ ​ໃຫ້​ມາ​ຂຶ້ນ​ກັບ​ສູນ​ຄົ້ນຄວ້າ​ວິທະຍາສາດ ປກສ.
      ​​ເພື່ອ​ຕອບ​ສະໜອງ​ໜ້າ​ທີ່​ການ​ເມືອງໃນ​ໄລຍະ​ໃໝ່ ​ແລະ ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂອງ​ໜ້າ​ທີ່​ວຽກ​ງານ ​ແລະ ກົງຈັກ​ການຈັດ​ຕັ້ງ ​​ໂດຍ​ອີງ​ໃສ່ ຂໍ້ຕົກ​ລົງສະບັບ​ເລກ​ທີ 686/ປກສ, ລົງ​​ວັນ​ທີ 07 ສິງຫາ 2007 ຂອງ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ ວ່າດ້ວຍ​ການ​ປ່ຽນ​ຊື່ “ສູນ​ຄົ້ນຄວ້າ​ວິທະຍາສາດ​ປ້ອງ​ກັນ​ຄວາມ​ສະຫງົບ” ມາ​ເປັນ “ກົມ​ຄົ້ນຄວ້າ​ປະຫວັດສາດ ​ແລະ ວິທະຍາສາດ ປກສ” ຕໍ່​ມາ​ປີ 2009 ຂັ້ນ​ເທິງ​ຈຶ່ງ​ຕົກລົງ​ປ່ຽນ​ຊື່ຈາກ “ກົມ​ຄົ້ນຄວ້າ​ປະຫວັດສາດ ​ແລະ ວິທະຍາສາດ ປກສ” ມາ​ເປັນ “ກົມ​ຄົ້ນຄວ້າ​ວິທະຍາສາດ ​ແລະ ປະຫວັດສາດ ປກສ” ຕາມ​ຂໍ້​ຕົກລົງ ​ຂອງ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ສະບັບ​ເລກທີ 388/ປກສ, ລົງ​ວັນ​ທີ 21 ​ເມສາ 2009 ຈົນ​ເຖິງ​ປັດຈຸບັນ​ແມ່ນ​ໄດ້​ການ​ປັບປຸງ​ເສີມ​ຂະຫຍາຍ​ວຽກ​ງານໃຫ້ໜັກ​ແໜ້ນ​ເຂັ້ມ​ແຂງ​ກວ່າ​ເກົ່າ, ຈຳນວນ​​ພົນໄດ້​ເພີ່ມ​ຂຶ້ນ​ມີທັງ​ໝົດ 62 ສະຫາຍ , ຍິງ 20 ສະຫາຍ, ມີສະມາຊິກພັກທັງໝົດ 48 ສະຫາຍ, ​ໂຄງ​ຮ່າງການຈັດ​ຕັ້ງ​ໄດ້​ຮັບ​ການ​ປັບປຸງ ​ເຊິ່ງປະກອບ​ມີ 01 ຫໍພິພິທະພັນ, 01 ຫ້ອງການ​ບໍລິຫານ ​ແລະ 06 ພະແນກຂຶ້ນ​ກັບ; ມີ​ພາລະ​ບົດບາດ​ເປັນ​ເສນາ​ທິການ​ໃຫ້​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງກັນ​ຄວາມ​ສະຫງົບ ​ໃນ​ການ​ຄົ້ນຄວ້າ,ວາງ​ແຜນການ, ກຳນົດ​ໂຄງການ, ກວດ​ຜ່ານ, ປັບປຸງ, ຮັບຮອງ, ຄຸ້ມ​ຄອງ ກ່ຽວ​ກັບ​ວຽກ​ງານ​ວິທະຍາສາດ, ຍຸດ​ທະ​ສາດ, ນິຕິ​ກຳ ​ແລະ ປະຫວັດສາດ-ມູນ​ເຊື້ອ.

⬅ ກັບຄືນໜ້າຫຼັກ