Logo

ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ

Public Security Science and History Department

ຄະນະຜູ້ແທນກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ກະຊວງປ້ອງກັນຄວາມສະຫງົບລາວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ

📅 ວັນທີ: 29/05/2026

      ປະຕິບັດຕາມແຜນການຮ່ວມມືລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ, ໃນລະຫວ່າງວັນທີ 12-15ພຶດສະພາ2026, ຄະນະຜູ້ແທນກົມຄົ້ນ ຄວ້າວິທະຍາສາດ ແລະ ປະຫວັດສາດ ກະຊວງປ້ອງກັນຄວາມສະຫງົບລາວ ໄດ້ເດີນທາງໄປຢ້ຽມຢາມ ແລະ ພົບປະເຮັດວຽກກັບຄະນະຜູ້ແທນກົມວິທະຍາສາດ, ຍຸດທະສາດ ແລະ ປະຫວັດສາດກະຊວງປ້ອງກັນຄວາມສະຫງົບຫວຽດນາມ ເພື່ອປຶກສາຫາລືກ່ຽວກັບທິດທາງແຜນການຮ່ວມມືດ້ານຍຸດທະສາດ, ວິທະຍາສາດ ແລະ ປະຫວັດສາດ ກະຊວງປ້ອງກັນຄວາມສະຫງົບ ລາວ ແລະ ຫວຽດນາມ ໃຫ້ເຂົ້າສູ່ລວງເລິກ, ມີຄຸນນະພາບ ແລະ ມີປະສິດທິຜົນສູງ.

      ຄະນະຜູ້ແທນກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ກະຊວງປ້ອງກັນຄວາມສະຫງົບລາວ ນຳໂດຍ  ສະຫາຍ ພັນເອກ ທັດສະພອນ ວົງພະຈັນຮອງຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ ເປັນຫົວໜ້າຄະນະ, ພ້ອມດ້ວຍຄະນະ ຈຳນວນ 08 ສະຫາຍ, ຍິງ 02 ສະຫາຍ  ທີ່ມາຈາກບັນດາພະແນກວິຊາສະເພາະ ຂອງກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ ແລະ ກົມພົວພັນຕ່າງປະເທດ ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ.

      ໃນວັນທີ 13 ພຶກສະພາ 2026 ຄະນະຜູ້ແທນກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ກະຊວງປ້ອງກັນຄວາມສະຫງົບລາວ ໄດ້ພົບປະ ແລະ ເຮັດວຽກຮ່ວມກັບຄະນະຜູ້ແທນກົມວິທະຍາສາດ, ຍຸດທະສາດ ແລະ ປະຫວັດສາດ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມນຳໂດຍສະຫາຍ ພົນຕີ ປອ. ຫວູ ແທັງ ເຈືອງ (Vũ Thanh Chương) ຫົວໜ້າກົມວິທະຍາສາດ, ຍຸດທະສາດ ແລະ ປະຫວັດສາດ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມຫົວໜ້າຄະນະ, ພ້ອມດ້ວຍຄະນະນຳກົມ, ຫົວໜ້າພະແນກ, ສະຖາບັນຄົ້ນຄວ້າພາຍໃນກົມດັ່ງກ່າວ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ. ໃນນີ້, ກ່ອນຄະນະຜູ້ແທນສອງຝ່າຍຈະພົບປະເຮັດວຽກຮ່ວມກັນ ກໍ່ໄດ້ມີການປະຊຸມຂັ້ນວິຊາການ ເພື່ອເອກະພາບ ກ່ຽວກັບໂຄງຮ່າງ, ຂັ້ນຕອນ ແລະ ແບ່ງຄວາມຮັບຜິດຊອບ ໃນຈັດຕັ້ງປະຕິບັດໂຄງການຮ່ວມມືຄົ້ນຄວ້າຍຸດທະສາດ ຫົວຂໍ້:ບັນດາໄພຂົ່ມຂູ່ຈາກຄວາມບໍ່ສະຫງົບຮູບແບບໃໝ່ ທີ່ສົ່ງຜົນກະທົບຕໍ່ຜົນປະໂຫຍດ ແລະ ຄວາມໝັ້ນຄົງແຫ່ງຊາດ ລາວ-ຫວຽດນາມ”ແລະ ບັນຫາທີ່ກ່ຽວຂ້ອງ.

      ໃນການພົບປະ, ຫົວໜ້າຄະນະຜູ້ແທນສອງຝ່າຍ ໄດ້ມີການລາຍງານສະພາບການເຄື່ອນໄຫວໂດຍສັງເຂບ ຂອງແຕ່ລະຝ່າຍໃຫ້ກັນຮັບຊາບ ໂດຍສະເພາະແມ່ນຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານ ຂອງຕົນ ແລະ ການປະຕິບັດບັນດາເນື້ອໃນການຮ່ວມມືທີ່ສອງຝ່າຍໄດ້ກຳນົດໄວ້ໃນໄລຍະຜ່ານມາ ມີຜົນສຳເລັດຢ່າງຕັ້ງໜ້າ, ພົ້ນເດັ່ນແມ່ນຜົນສຳເລັດການປະຕິບັດໂຄງການຮ່ວມມືຄົ້ນຄວ້າຍຸດທະສາດຫົວຂໍ້:ສະພາບແວດລ້ອມຄວາມໝັ້ນຄົງໃນພາກພື້ນອາຊີ-ປາຊີຟິກ ທີ່ສົ່ງຜົນກະທົບຕໍ່ຜົນປະໂຫຍດຂອງລາວ ແລະ ຫວຽດນາມ ຮອດປີ 2030”,ນີ້ຖືເປັນບາດກ້າວບຸກທະລຸສຳຄັນ ທີ່ເປີດທາງໃຫ້ແກ່ການຮ່ວມມືຮອບດ້ານຕາມພາລະບົດບາດ ແລະ ໜ້າທີ່ ຂອງສອງກົມພວກເຮົາ.

      ໃນບັນຍາກາດແຫ່ງຄວາມສະໜິດສະໜົມຖານມິດສະຫາຍ, ຄວາມສາມັກຄີ, ຄວາມຈິງໃຈ ແລະ ບົນຈິດໃຈຄວາມຮັບຜິດຊອບສູງ ສອງຝ່າຍໄດ້ແລກປ່ຽນ, ສົນທະນາ ຢ່າງເລິກເຊິ່ງ, ກົງໄປ-ກົງມາ ແລະ ເປັນເອກະພາບກັນໃນບັນດາເນື້ອໃນທີ່ກ່ຽວຂ້ອງ ເຊິ່ງສອງຝ່າຍຈະໄດ້ພ້ອມກັນຈັດຕັ້ງປະຕິບັດ ໃນປະຈຸບັນ ແລະ ຕໍ່ໜ້າໃຫ້ປະກົດຜົນເປັນຈິງ ເປັນຕົ້ນແມ່ນແຜນການຝຶກອົບຮົມ ວຽກງານຄົ້ນຄວ້າວິທະຍາສາດ, ທິດສະດີ, ຍຸດທະສາດ ແລະ ປະຫວັດສາດ ໃຫ້ນາຍຕຳຫຼວດກົມກອງ ແລະ ທ້ອງຖິ່ນ ໃນກຳລັງປ້ອງກັນຄວາມສະຫງົບ ໂດຍຝ່າຍຫວຽດນາມ ຈະຊ່ວຍສົ່ງຊ່ຽວຊານມາຝຶກອົບຮົມ ຢູ່ລາວ; ຕົກລົງຮັບຮອງໂຄງຮ່າງການຄົ້ນຄວ້າ, ການແບ່ງຄວາມຮັບຜິດຊອບລົງເລິກໃນການຄົ້ນຄວ້າ ແລະ ຂັ້ນຕອນໃນການຮ່ວມມືຈັດຕັ້ງປະຕິບັດໂຄງການຄົ້ນຄວ້າຍຸດທະສາດຮ່ວມ ຫົວຂໍ້:ບັນດາໄພຂົ່ມຂູ່ຈາກຄວາມບໍ່ສະຫງົບຮູບແບບໃໝ່ ທີ່ສົ່ງຜົນກະທົບຕໍ່ຜົນປະໂຫຍດ ແລະ ຄວາມໝັ້ນຄົງແຫ່ງຊາດ ລາວ-ຫວຽດນາມ”; ພ້ອມທັງເພີ່ມທະວີການຮ່ວມມືຄົ້ນຄວ້າ, ຮຽບຮຽງປຶ້ມປະຫວັດສາດ 02ໂຄງການ ຄື: (1)ປະຫວັດສາດການຮ່ວມມືພິເສດລະຫວ່າງ ກະຊວງປ້ອງກັນຄວາມສະຫງົບລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ປີ 1961-2026(2) ສະຫຼຸບຖອດຖອນບົດຮຽນ ວຽກງານປະສານສົມທົບຕໍ່ສູ້ຕ້ານອາຊະຍາກຳຂ້າມຊາດ ລະຫວ່າງກະຊວງປ້ອງກັນຄວາມສະຫງົບລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ປີ 1991-2026. ພ້ອມກັນນີ້,ຫົວໜ້າຄະນະຜູ້ແທນທັງສອງຝ່າຍ ຍັງໄດ້ເນັ້ນໜັກ ແລະ ຮັບຮູ້ເຖິງຄວາມໝາຍສຳຄັນຂອງການສ້າງຕັ້ງກົນໄກການຮ່ວມມືແບບປົກກະຕິທາງດ້ານການຄົ້ນຄວ້າ ເພື່ອແນໃສ່ຫັນເປັນອັນລະອຽດ ແລະ ເພີ່ມເຕີມເນື້ອໃນຮຸ້ນສ່ວນຍຸດທະສາດ” ລະຫວ່າງ ລາວ-ຫວຽດນາມ ກ່ຽວກັບຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ສອງຝ່າຍເຫັນດີຈະລາຍງານຂໍທິດຊີ້ນຳຈາກຄະນະນຳສອງກະຊວງ ເພື່ອພິຈາລະນາລົງນາມໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືກັນໃນຕໍ່ໜ້າ.

      ພາຍຫຼັງພົບປະເຮັດວຽກສຳເລັດ, ຫົວໜ້າຄະນະຜູ້ແທນສອງຝ່າຍ ຍັງໄດ້ລົງນາມໃນບົດບັນທຶກການເຮັດວຽກຮ່ວມກັນ ລະຫວ່າງຄະນະຜູ້ແທນ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ກະຊວງປ້ອງກັນຄວາມສະຫງົບລາວ ແລະ ກົມວິທະຍາສາດ, ຍຸດທະສາດ ແລະ ປະຫວັດສາດ ກະຊວງປ້ອງກັນຄວາມສະຫງົບຫວຽດນາມ ເພື່ອເປັນພື້ນຖານ ແລະ ບ່ອນອີງ ໃນການລາຍງານຂັ້ນເທິງ ຂອງຕົນ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດ ຕາມລະບຽບການ.

⬅ ກັບຄືນໜ້າຫຼັກ