Logo

ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ

Public Security Science and History Department

ຂະບວນການແຂ່ງຂັນກິລາບານເຕະ ມິດຕະພາບ ລະຫວ່າງ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ ແລະ ບໍລິສັດ ມາອີ ເຕັກໂນໂລຊີ ກະສິກຳ ຈຳກັດ

📅 ວັນທີ: 18/05/2026

      ໃນວັນທີ 10 ມີນາ 2026 ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ ໄດ້ສ້າງຂະບວນການແຂ່ງຂັນກິລາບານເຕະມິດຕະພາບ ຮ່ວມກັບ ບໍລິສັດ ມາອີ ເຕັກໂນໂລຊີ ກະສິກຳ ຈຳກັດ ໂດຍການເຂົ້າຮ່ວມ ຂອງ ພົຈວ ປອ ຄຳແຝງ ວັນດີໄຊ ຄະນະພັກກະຊວງ, ຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ, ມີທ່ານ ສົມຊາຍ ສີບຸນເຮືອງ ປະທານ ບໍລິສັດ ມາອີ ເຕັກໂນໂລຊີ ກະສິກຳ ຈຳກັດ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດພາຍໃນກົມ ເຂົ້າຮ່ວມ.

      ການສ້າງຂະບວນການເເຂ່ງຂັນກິລາ ໃນຄັ້ງນີ້; ເພື່ອເປັນການສ້າງຜົນງານຂໍ່ານັບຮັບຕ້ອນ ວັນສໍາຄັນຕ່າງໆ ຂອງພັກ-ຂອງຊາດ ເປັນຕົ້ນແມ່ນ ຂ່ຳນັບຮັບຕ້ອນ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ, ໃນໂອກາດນີ້; ທ່ານ ສົມຊາຍ ສີບຸນເຮືອງ ປະທານ ບໍລິສັດ ມາອີ ເຕັກໂນໂລຊີ ກະສິກໍາ ຈຳກັດ ໄດ້ມອບເຄື່ອງກິລາໃຫ້ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ ຈຳນວນ 40 ຊຸດ ລວມມູນຄ່າ ຈຳນວນ  5,085,000 ກີບ (ຫ້າລ້ານເເປດສິບຫ້າພັນກີບ); ພ້ອມກັນນັ້ນ ຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ ກໍ່ໄດ້ມອບ ໃບກຽດຕິຄຸນ ໃຫ້ຫົວໜ້າບໍລິສັດດັ່ງກ່າວ ເພື່ອເປັນການຂອບໃຈ ທີ່ໃຫ້ການສະໜັບສະໜູນໃນຄັ້ງນີ້.

⬅ ກັບຄືນໜ້າຫຼັກ