ໃນຕອນບ່າຍ ຂອງວັນທີ 17 ມີນາ 2026 ຄະນະຮັບຜິດຊອບຊີ້ນໍາລວມ, ອະນຸກໍາມະການ ກະກຽມສະ ເຫຼີມສະຫຼອງ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ ນໍາໂດຍ ພົຕ ໜູຈອນ ກ້ອນທອງທໍາ ຫົວໜ້າກົມໃຫຍ່ພະລາທິການ ປກສ ພ້ອມຄະນະຮັບຜິດຊອບທີ່ກ່ຽວຂ້ອງ ໄດ້ລົງຕິດຕາມກວດກາຄວາມພ້ອມ ຂອງຫໍພິພິທະພັນ ປກສ ເພື່ອຕ້ອນຮັບແຂກ ເຂົ້າທ່ຽວຊົມ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ (05 ເມສາ 1961–05 ເມສາ 2026) ທີ່ຈະມາເຖີງນີ້.
ການລົງກວດກາໃນຄັ້ງນີ້ ເພື່ອເປັນກະກຽມຄວາມພ້ອມ ໂດຍສະເພາະແມ່ນການສ້າງປາໂນວາງສະແດງ ຊັ້ນ 2-3, ການສ້າງໂຮງເຮືອນວັດຖຸພັນກາງແຈ້ງ, ການບູລະນະເຮັດສີລົດ-ວັດຖຸພັນກາງແຈ້ງ, ການປັບປຸງເນື້ອໃນວາງສະແດງ, ບົດອະທິບາຍນຳທ່ຽວ, ລວມທັງລະບົບແສງ, ສີ, ສຽງ ຕ່າງໆ ໃຫ້ຮັບປະກັນຮອບດ້ານ ສາມາດຮັບຕ້ອນບັນດາແຂກບັນດາກະຊວງ-ອົງການ, ກົມກອງອ້ອມຂ້າງກະຊວງ, ກອງບັນຊາການ ປກສ ແຂວງທີ່ຢູ່ໃກ້ຄຽງ, ບັນດາສະຖານບັນການສຶກສາຕ່າງໆ ເຂົ້າມາທ່ຽວຊົມ ເພື່ອເປັນການໂຄສະນາເຜີຍແຜ່ທາດແທ້-ມູນເຊື້ອ, ຜົນງານ, ໄຊຊະນະ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງກຳລັງປ້ອງກັນຄວາມສະຫງົບ ໃນແຕ່ລະໄລຍະ, ຜ່ານການກວດກາສະຖານທີ່ດັ່ງກ່າວແມ່ນມີຄວາມພ້ອມ 100% ແລະ ພ້ອມທີ່ຈະເປີດໃຫ້ທ່ຽວຊົມຢ່າງເປັນທາງການ ໃນວັນທີ 18 ມີນາ 2026 ນີ້.
ຫໍພິພິທະພັນປ້ອງກັນຄວາມສະຫງົບ ມີເນີ້ອທີ່ 9,100 ຕາແມັດ, ເນື້ອທີ່ວາງສະແດງ 7,397 ຕາແມັດ, ມີຮູບພາບທາງໝົດ 541 ແຜ່ນ, ວັດຖຸພັນຕ່າງໆ 1,000 ກວ່າລາຍການ, ໄດ້ແບງອອກເປັນ 09 ພາກວາງສະແດງ ຄື: ວາງ ສະແດງພາຍໃນມີ 08 ພາກ ແລະ ວາງສະແດງກາງແຈ້ງມີ 01 ພາກ ປະກອບມີ: ລົດ AM, ລົດດັບເພີງ, ລົດ 66, ລົດອູອ໋ອດ, ລົດລາດາ, ເຮືອ, ປືນ ແລະ ລົດຈັກ ທີ່ກໍາລັງປ້ອງກັນຄວາມສະຫງົບ ໃຊ້ຄຸມແຫ່ການນຳ, ແຂກພາຍໃນ ແລະ ຕ່າງປະເທດ, ລວມທັງຮັບໃຊ້ເຂົ້າໃນການເຄື່ອນໄຫວວຽກງານປ້ອງກັນຄວາມສະຫງົບ ໃນໄລຍະຜ່ານມາ.