<
Logo

ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ

Public Security Science and History Department

ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມລັດຖະມົນ ຕີຕ່າງປະເທດອາຊຽນ ແລະ ບັນດາກອງປະຊຸມກ່ຽວຂ້ອງ

📅 ວັນທີ: 08/05/2026

      ໃນວັນທີ 7 ພຶດສະພາ 2026 ທີ່ເຊບູ ປະເທດຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ, ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 31,ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 38 ແລະ ກອງປະຊຸມຮ່ວມລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ແລະ ລັດຖະມົນຕີເສດຖະກິດອາຊຽນ.
      ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ໄດ້ຮັບຊາບຄວາມຄືບໜ້າ ໃນຂະບວນການສ້າງປະຊາຄົມອາຊຽນ ຊຶ່ງໂດຍລວມມີຄວາມຄືບໜ້າ ໂດຍສະເພາະ ປີ 2026 ເປັນປີທໍາອິດທີ່ອາຊຽນ ເລີ່ມຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045 ແລະ ບັນດາແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດດັ່ງກ່າວ. ກອງປະຊຸມ, ຍັງໄດ້ປຶກສາຫາລື ກ່ຽວກັບ ການກະກຽມຈັດກິດຈະກໍາເພື່ອສະເຫຼີມສະຫຼອງ ຄົບຮອບ 50 ຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ ໃນປີ 2026.ນອກນັ້ນ, ກໍປຶກ ສາຫາລື ກ່ຽວກັບການພົວພັນຮ່ວມມື ກັບຄູ່ຮ່ວມພາຍນອກ. ໃນນີ້, ສປປ ລາວ ໃນນາມປະເທດປະສານງານການພົວພັນ ອາຊຽນ-ການາດາ ກໍໄດ້ລາຍງານໂດຍລວມຄວາມຄືບໜ້າ ການພົວພັນຮ່ວມມືລະຫວ່າງ ອາຊຽນ ແລະ ການາ ດາ ໂດຍສະເພາະ ຄວາມຄືບໜ້າການເຈລະຈາຮ່າງແຜນປະຕິບັດງານອາຊຽນ-ການາດາ ສະບັບໃໝ່ ສໍາລັບປີ 2026-2030.
      ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 31 ໄດ້ຮັບຊາບຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານ ແລະ ກິດຈະກໍາຂອງບັນດາຂະແໜງການ ພາຍໃຕ້ເສົາຄ້ຳປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ເປັນຕົ້ນແມ່ນ ການຮ່ວມມືໃນວຽກງານການຕ້ານອາຊະຍາກໍາຂ້າມຊາດ, ປ້ອງກັນປະເທດ, ກົດໝາຍ, ສິດທິມະນຸດ, ສົນທິສັນຍາວ່າດ້ວຍເຂດປອດອາວຸດນິວເຄລຍ ໃນອາຊີຕາເວັນອອກສຽງໃຕ້, ການຈັດຕັ້ງປະຕິບັດ 5 ຂໍ້ ຕົກລົງຂອງຜູ້ນໍາອາຊຽນ ກ່ຽວກັບ ມຽນມາ ແລະ ອື່ນໆ.
      ກອງປະຊຸມ, ຍັງໄດ້ຮັບຊາບຄວາມຄືບໜ້າການຈັດຕັ້ງປະຕິບັດແຜນຍຸດທະສາດປະຊາຄົມ ການເມືອງ-ຄວາມໝັ້ນຄົງອາຊຽນ ພາຍໃຕ້ວິໄສທັດປະຊາຄົມອາຊຽນ 2045, ຊຶ່ງໄດ້ເລີ່ມຈັດຕັ້ງປະຕິບັດນັບແຕ່ຕົ້ນປີ 2026.
      ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 38 ຮັບຊາບການກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ ແຜນການເຄື່ອນໄຫວ, ຫົວຂໍ້ປຶກສາຫາລື, ຂັ້ນຕອນການດໍາເນີນກອງປະຊຸມ ແລະ ບັນຊີເອກະສານຜົນຂອງກອງປະຊຸມສຸດຍອດ. ພ້ອມນັ້ນ, ກອງປະຊຸມ ໄດ້ຮັບຮອງ ແລະ ຮັບຊາບບົດລາຍງານຕ່າງໆ ເປັນຕົ້ນ ບົດລາຍງານຂອງເລ ຂາທິການໃຫຍ່ອາຊຽນ ກ່ຽວກັບວຽກງານອາຊຽນ, ບົດລາຍງານກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 31,ບົດລາຍງານກອງປະຊມສະພາປະຊາຄົມເສດຖະກິດອາຊຽນ ຄັ້ງທີ 27,ບົດລາຍງານກອງປະຊຸມສະພາປະຊາຄົມ ວັດທະນະທຳ-ສັງຄົມ ຄັ້ງທີ 35 ແລະ ບັນດາບົດລາຍງານທີ່ກ່ຽວຂ້ອງ ເພື່ອນຳສະເໜີຕໍ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48.
      ສຳລັບກອງປະຊຸມຮ່ວມລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ ແລະ ລັດຖະມົນຕີເສດຖະກິດອາຊຽນ, ກອງປະຊຸມ ໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບ ຜົນກະທົບທີ່ເກີດຈາກສະພາບການໃນຕາເວັນອອກກາງ ໂດຍສະ ເພາະຜົນກະທົບດ້ານພະລັງງານ ແລະ ສະບຽງອາຫານ.
      ກອງປະຊຸມ, ຍັງໄດ້ປຶກສາຫາລືກ່ຽວກັບທິດທາງໃນຕໍ່ໜ້າ ແລະ ມາດຕະການຮີບດ່ວນ ເພື່ອແກ້ໄຂຜົນກະທົບທີ່ເກີດຂຶ້ນ ແລະ ເພື່ອເປັນການກຽມຄວາມພ້ອມຮັບມືຕໍ່ວິ ກິດການທີ່ອາດຈະເກີດຂຶ້ນໃນອະນາຄົດ.

⬅ ກັບຄືນໜ້າຫຼັກ