<
Logo

ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ

Public Security Science and History Department

ອວຍພອນອະດີດການນຳກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ

📅 ວັນທີ: 04/05/2026

ວັນທີ 29 ເມສາ 2026, ການນໍາກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ໄດ້ນໍາເອົາກະຕ່າຂອງຂວັນເຂົ້າອວຍພອນອະດີດການນໍາກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ເນື່ອງໃນໂອກາດຂໍ່ານັບຮັບຕ້ອນວັນສ້າງຕັ້ງກໍາລັງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຄົບຮອບ 61 ປີ (3 ພຶດສະພາ 1965-3 ພຶດສະພາ 2026) ທີ່ໃກ້ຈະມາເຖິງນີ້.

ການອວຍພອນຄັ້ງນີ້, ນຳໂດຍ ພົຈວ ປອ ຫຸມພັນ ຜິວເຂັມພອນ ຮອງຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ພ້ອມຄະນະ ເຂົ້າອວຍພອນ ພົຕ ປອ ສຸວັນນີ ສີສຸພາບມີໄຊ ອະດີດຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ; ພົຈວ ຊາຍຄອງ ເພັດຊະວົງ ຮອງຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ພ້ອມຄະນະ ເຂົ້າອວຍພອນ ພົຈວ ທອງເຄນ ອ່ອນດາວົງ ອະດີດຮອງຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ແລະ ພົຈວ ຄຳສາຍ ຈັນທະວົງ ອະດີດຮອງຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ; ພົຈວ ເພີນຄຳ ແສງດາລາ ຮອງຫົວໜ້າກົມໃຫຍ່ການເມືອງ ພ້ອມຄະນະ ເຂົ້າອວຍພອນ ພົຈວ ອາລູ ວາລີຊື ອະດີດຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ແລະ ພົຈວ ໜູໃບ ອິນທິສານ ອະດີດຮອງຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ.

ທັງນີ້, ກໍເພື່ອເປັນການຢ້ຽມຢາມຖາມຂ່າວ ພ້ອມທັງນໍາເອົາຄໍາອວຍພອນໄຊອັນປະເສີດມາຍັງອະດີດການນໍາກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄອບຄົວ ຈົ່ງມີສຸຂະພາບທີ່ແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ທັງເປັນການສະແດງຄວາມຮູ້ບຸນຄຸນມາຍັງອະດີດການນໍາກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ທີ່ໄດ້ອຸທິດເຫື່ອແຮງ-ສະຕິປັນຍາ ເຂົ້າໃນການນໍາພາ-ຊີ້ນໍາ ກໍາລັງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໃນໄລຍະທີ່ຜ່ານມາ ແລະ ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ.

⬅ ກັບຄືນໜ້າຫຼັກ