ພິທີໂຮມຊຸມນຸມ ສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ.
📅 ວັນທີ: 09/04/2026
ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີໂຮມຊຸມນຸມ ສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ ( 5 ເມສາ 1961-5 ເມສາ 2026 ) ໃນວັນທີ 3 ເມສາ 2026 ນີ້, ທີ່ສະໂມສອນກະຊວງປ້ອງກັນຄວາມສະຫງົບ, ເປັນປະທານໂດຍ ພົນໂທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ເປັນກຽດເຂົ້າຮ່ວມມີ ທ່ານ ພົນໂທ ກົງທອງ ພົງວິຈິດ ແລະ ທ່ານ ພົນຕີ ສິນທະວົງ ໄຊຍະກອນ ອະດີດກຳມະການສູນກາງພັກ, ອະດີດຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີການນໍາກະຊວງປ້ອງກັນຄວາມສະຫງົບ, ພະນັກງານອາວຸໂສ-ບໍານານ, ມີຄະນະພັກ, ຄະນະບັນຊາກົມກອງອ້ອມຂ້າງກະຊວງ, ແຂກຖືກເຊີນ ພ້ອມດ້ວຍພະນັກງານຫຼັກແຫຼງເຂົ້າຮ່ວມ.
ໃນພິທີ ພົນຕີ ສິນທະວົງ ໄຊຍະກອນ ອະດີດກຳມະການສູນກາງພັກ, ອະດີດຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ກຽດຂຶ້ນປາຖະກະຖາກ່ຽວກັບຄວາມເປັນມາ ຂອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານໄຊຊະນະແຕ່ລະໄລຍະຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໂດຍພັກ-ລັດ ໄດ້ຕົກລົງກຳນົດເອົາວັນທີ 5 ເມສາ 1961 ເປັນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນຕາມດໍາລັດສະບັບເລກທີ 277/ນຍ, ລົງວັນທີ 1 ກັນຍາ 2005 ເຊິ່ງມາຮອດວັນທີ 5 ເມສາ 2026 ພໍດີຄົບຮອບ 65 ປີ.