<
Logo

ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ

Public Security Science and History Department

ການນຳກະຊວງ ປກສ ວາງພວງມາລາ ແລະ ກະຕ່າດອກ ໄມ້ ໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບຄົບຮອບ 65 ປີ

📅 ວັນທີ: 09/04/2026

ໃນຕອນເຊົ້າຂອງວັນທີ 5 ເມສາ 2026 ການນໍາຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ,ນໍາພາໂດຍ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະ ໄດ້ນໍາເອົາພວງມາລາເຂົ້າວາງຢູ່ທີ່ອະນຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ ( 5 ເມສາ 1961-5 ເມສາ 2026 ). ການວາງພວງມາລາ ແລະ ກະຕ່າດອກໄມ້ຄັ້ງນີ້ ເພື່ອສະ ແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ ແລະ ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈໍານົນຂອງບັນພະບູລຸດລາວ ທີ່ໄດ້ເສຍສະຫຼະຊີ ວິດ, ເລືອດເນື້ອເພື່ອປະເທດຊາດ ແລະ ປະຊາຊົນຢ່າງອົງ ອາດກ້າຫານ ເຊິ່ງຄຸນງານຄວາມດີ ແລະ ຜົນງານອັນໃຫຍ່ ຫຼວງດັ່ງກ່າວ ໄດ້ຖືກຈາລຶກໄວ້ໃນຊີວິດຈິດໃຈ ຂອງທົ່ວປວງຊົນລາວ ເວົ້າສະເພາະກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ; ພ້ອມທັງ ສະແດງຄວາມເຄົາລົບຮັກ ແລະ ຮູ້ບຸນຄຸນ, ສະດຸດີຕໍ່ຄຸນງາມຄວາມດີ ຕໍ່ຜົນງານອັນໃຫຍ່ ຫຼວງຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ອຸທິດຕະ ຫຼອດຊີວິດຂອງທ່ານ ເພື່ອພາລະກິດຕໍ່ສູ້ຍາດເອົາເອກະ ລາດແຫ່ງຊາດ, ອິດສະຫຼະພາບມາໃຫ້ປະຊາຊົນລາວ ບັນ ດາເຜົ່າ ທັງເປັນຜູ້ໃຫ້ກໍາເນີດ,ເອົາໃຈໃສ່ສຶກສາອົບຮົມ,ຖະ ນຸບໍາລຸງຝຶກຝົນຫຼ່ໍຫຼອມກໍາລັງປ້ອງກັນຄວາມສະຫງົບປະ ຊາຊົນລາວ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງຕະຫຼອດມາ. ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນກໍາລັງປະກອບອາວຸດປະຕິວັດອັນແຫຼມຄົມຂອງພັກ ໂດຍແມ່ນພັກປະຊາຊົນ ປະຕິວັດລາວ ເປັນຜູ້ສ້າງຕັ້ງ, ນໍາພາເດັດຂາດ, ໂດຍກົງຮອບດ້ານ, ເປັນກໍາລັງທີ່ມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຮັບໃຊ້ສິດຜົນປະໂຫຍດຂອງປະ ຊາຊົນລາວບັນດາເຜົ່າ. ນໍ້າໃຈວັນທີ 5 ເມສາໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ ຢ່າງສຸດໃຈ!!
⬅ ກັບຄືນໜ້າຫຼັກ